top of page
Hompage Pic.jpg

ບໍລິສັດ ພອນສະຫວັນ ພັດທະນາ ຈຳກັດຜູ້ດຽວ

ໃຫ້ບໍລິການ ວຽກຈັດສັນຍົກຍ້າຍ, ວຽກທົດແທນຄ່າເສຍຫາຍ ແລະ ວຽກຟື້ນຟູຊີວິດການເປັນຢູ່
ໃນຮູບແບບສັນຍາມອບເໝົາ ທີ່ເຊື່ອຖືໄດ້

ໂດຍມີຄວາມຊ່ຽວຊານ ແລະ ປະສົບການສູງໃນການດໍາເນີນໂຄງການກໍ່ສ້າງບ້ານຈັດສັນ, ພື້ນຖານໂຄງລ່າງ, ວຽກຈັດສັນຍົກຍ້າຍ, ວຽກທົດແທນຄ່າເສຍຫາຍ, ວຽກຄຸ້ມຄອງຕິດຕາມສິ່ງແວດລ້ອມ, ວຽກພັດທະນາຊຸມຊົນ ແລະ ວຽກຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ
ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ

ບໍລິສັດມີປະສົບການມາຫຼາຍກ່ວາ 20 ປີ ແລະ ເປັນຄູ່ຮ່ວມງານຊັ້ນນຳ ທີ່ໄດ້ຮັບການຍອມຮັບໃນດ້ານຄວາມສາມາດ ໃນການດໍາເນີນໂຄງການກໍ່ສ້າງບ້ານຈັດສັນ, ພື້ນຖານໂຄງລ່າງ, ການຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ ທີ່ສຳຄັນໃນລາວ. ນັບຕັ້ງແຕ່ການຈັດສັນພູມລໍາເນົາທີ່ທັນສະໄໝ, ອາຊີບ, ການຄຸ້ມຄອງ-ຕິດຕາມດ້ານສຸຂະພາບ ຂອງປະຊາຊົນ ກ່ອນ ແລະ ຫຼັງການຍົກຍ້າຍ, ການຄຸ້ມຄອງຕິດຕາມກວດກາດ້ານສັງຄົມ ແລະ ສິ່ງແວດລ້ອມ ແລະ ການອະນາໄມຊິວະມວນສານ, ມີການແກ້ໄຂບັນຫາຕ່າງໆແບບມີອາຊີບຕາມການເຕີບໂຕ ຂອງອຸດສາຫະກໍາ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ. ມີປະສົບການທີ່ຍອມຮັບໃນການດໍາເນີນງານວຽກງານການຄຸ້ມຄອງຕິດຕາມດ້ານສິ່ງແວດລ້ອມ-ສັງຄົມ ແລະ ການຈັດສັນຍົກຍ້າຍ (EMP&RAP) ກັບໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງ ຂະໜາດໃຫຍ່ທີ່ສຳຄັນເຊັ່ນ: ໂຄງການເຂື່ອນໄຟຟ້ານໍໍ້າຂອງ ໄຊຍະບູລີ ແລະ ໂຄງການເຂື່ອນໄຟຟ້ານໍໍ້າຂອງ ຫຼວງພະບາງ ເຮັດໃຫ້ພວກເຮົາເປັນທີ່ໜ້າເຊື່ອຖືໃນການພັດທະນາແບບຍືນຍົງ.

ພວກເຮົາມີຄວາມມຸ້ງຫວັງ ໃນການສ້າງມູນຄ່າໃຫ້ກັບຄູ່ຮ່ວມງານ ແລະ ຜູ້ມີສ່ວນຮ່ວມຂອງພວກເຮົາ, ເພື່ອຍົກລະດັບຄຸນນະພາບຊີວິດ ແລະ ສັງຄົມ ທີ່ພວກເຮົາດຳເນີນງານຢູ່ໃຫ້ຈະເລີນຮຸ່ງເຮືອງ.

About Page Frame

(

ວິໄສທັດ ( VISION)

ຫັນປ່ຽນທ່າແຮງບົ່ມຊ້ອນໃຫ້ເປັນຜົນສຳເລັດຕົວຈິງ ເພື່ອຍົກລະດັບຄຸນນະພາບຊີວິດຂອງສັງຄົມ ແລະ ປະເທດຊາດຢ່າງຍືນຍົງ.

(

ພາລະກິດ (MISSION)

ເປັນຄູ່ຮ່ວມງານດ້ານການລົງທຶນທີ່ໄວ້ວາງໃຈໄດ້ ແລະ ສ້າງມູນຄ່າເພີ່ມຈາກທຸກໂອກາດທີ່ທ້າທາຍ.

(

ຄຸນຄ່າອົງກອນ (VALUES)

ພວກເຮົາສ້າງສັນຜົນງານດ້ວຍການວິເຄາະທີ່ເລິກເຊິ່ງ ແລະ ນະວັດຕະກຳທີ່ທັນສະໄໝ. ດຳເນີນງານດ້ວຍຄວາມຊື່ສັດ ແລະ ວ່ອງໄວ ເພື່ອເປັນທີ່ພຶ່ງທີ່ໝັ້ນຄົງໃນທຸກສະພາວະການປ່ຽນແປງຂອງທຸລະກິດ.

ທີ່ຕັ້ງຂອງໂຄງການ

ວຽກກໍ່ສ້າງບ້ານຈັດສັນໃໝ່

ວຽກກໍ່ສ້າງພື້ນຖານໂຄງລ່າງ

ວຽກກໍ່ສ້າງອາຄານສາທາລະນະປະໂຫຍດ/ສິ່ງອໍານວຍຄວາມສະດວກ

ວຽກຈັດສັນຍົກຍ້າຍ ແລະ ທົດແທນຄ່າເສຍຫາຍ

ວຽກຄຸ້ມຄອງສິ່ງແວດລ້ອມ

ວຽກພັດທະນາຊຸມຊົນ

ວຽກຟື້ນຟູຊີວິດການເປັນຢູ່

ວຽກອະນາໄມຊີວະມວນສານ

ຂະແໜງການ ໃນໂຄງການຈັດສັນຍົກຍ້າຍ

ສຶກສາເບິ່ງ ບັນດາໜ້າວຽກຕ່າງໆ ທີ່ທາງພວກເຮົາໃຫ້ບໍລິການ

ວຽກຄຸ້ມຄອງ ແລະ ຕິດຕາມດ້ານສິ່ງແວດລ້ອມ

ອະນາໄມຊີວະມວນສານ, ແຫຼ່ງນ້ຳສະອາດ, ອ່າງເກັບນ້ຳທີ່ປອດໄພ

ວຽກກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ສາທາລະນະ

ວຽກຈັດສັນຍົກຍ້າຍ ແລະ ທົດແທນຄ່າເສຍຫາຍ

ວຽກກໍ່ສ້າງບ້ານຈັດສັນໃໝ່

ມີບ້ານຈັດສັນທີ່ທັນສະໄໝໃຫ້ແກ່ຊຸມຊົນ

ວຽກພັດທະນາຊຸມຊົນ

ກິດຈະກຳທີ່ມີສ່ວນຮ່ວມ ຂອງຊຸມຊົນ

ວຽກຟື້ນຟູຊີວິດການເປັນຢູ່

ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ ໃຫ້ດີຂື້ນກວ່າເກົ່າ

DJI_0040.JPG

ທ່ານພ້ອມທີ່ຈະເລີ່ມ ພັດທະນາໂຄງການຂອງທ່ານ ກັບທີມງານເຮົາແລ້ວລະບໍ?

ຕິດຕໍ່ພວກເຮົາໃນມື້ນີ້ ເພື່ອປຶກສາ ກັບທີມງານວິຊາການ ຂອງພວກເຮົາ ກ່ຽວກັບການດໍາເນີນງານ ການຄຸ້ມຄອງດ້ານສິ່ງແວດລ້ອມ-ສັງຄົມ, ການຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ໃນໂຄງການພັດທະນາ ຂອງ ທ່ານ

bottom of page