
ການບໍລິການ
ໃຫ້ບໍລິການ ວຽກຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່
ແບບຄົບວົງຈອນ ໃນຮູບແບບສັນຍາມອບເໝົາ
ໜ້າວຽກຫຼັກທີ່ຮັບບໍລິການ
ພວກເຮົາໃຫ້ບໍລິການ ຮັບວຽກແບບສັນຍາມອບເໝົາ ແບບຄົບວົງຈອນ ໃນວຽກຄຸ້ມຄອງສິ່ງແວດລ້ອມແລະ ສັງຄົມ ໂດຍສະເພາະວຽກຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ (EMP&RAP). ຮັບຜິດຊອບຢ່າງເຕັມສ່ວນໃນການສ້າງຜົນສຳເລັດໃຫ້ແກ່ໂຄງການພັດທະນາ, ເລີ່ມຕັ້ງແຕ່ການວາງແຜນ ຈົນເຖິງການຊ່ວຍເຫຼືອຫຼັງການຍົກຍ້າຍ.
ຂັ້ນຕອນໃນການບໍລິການແບບຄົບວົງຈອນ
ມີ 2 ໄລຍະ ໃນການຈັດຕັ້ງປະຕິບັດ ໃຫ້ສຳເລັດ
1
ໄລຍະທີ 1: ການວາງແຜນ ແລະ ການປະຕິບັດຕາມລະບຽບການ
ການຄຸ້ມຄອງຄວາມສ່ຽງ ແລະ ກ ານວາງຮາກຖານ
ການສຳຫຼວດພົນລະເມືອງ, ເສດຖະກິດ-ສັງຄົມ ແລະ ຊັບສີນທີ່ຖືກຜົນກະທົບ ເພື່ອຂື້ນບັນຊີລາຍການຊັບສິນທີ່ໄດ້ ຮັບຜົນກະທົບ
ການປະຊາສໍາພັນ ປຶກສາຫາລືສາທາລະນາ ສະໜອງຂໍ້ມູນຂ່າວສານກ່ຽວກັບໂຄງການ ກັບທຸກພາກສ່ວນທີ່ກ່ຽວຂ້ອງ
ການວ່າງກົນໄກການແກ້ໄຂ ການຄຳຮ້ອງຮຽນຕ່າງ (GRM)
2
ໄລຍະທີ 2: ການຈັດຕັ້ງປະຕິບັດ ແລະ ການຂ້າມຜ່ານ
ຄວາມໝັ້ນຄົງ ດ້ານຊີວິດການເປັນຢູ່ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຊຸມຊົນ
ການທົດແທນຄ່າເສຍຫາຍ ແລະ ສະໜອງດິນປຸກສ້າງ ແລະ ດິນທໍາການຜະລິດ
ການຊ່ວຍເຫຼືອ ໃນການຍົກຍ້າຍ
ການສະໜອງເຮືອນໃໝ່/ພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ
ການຊ່ວຍເຫຼືອໃນໄລຍະຂ້າມຜ່ານ (ການຟື້ນຟູຊີວິດການເປັນຢູ່)
ບໍລິສັດ ພອນສະຫວັນ ພັດທະນາ ຈໍາກັດຜູ້ດຽວ ມີປະສົບການສູງໃນການເຮັດວຽກ ທີ່ກ່ຽວຂ້ອງກັບລະບຽບການຂອງ ສປປ ລາວ ໂດຍສະເພາະ ກ່ຽວກັບວຽກຈັດສັນຍົກຍ້າຍ, ວຽກທົດແທນຄ່າເສຍຫາຍ ແລະ ວຽກຟື້ນຟູຊີວິດການເປັນຢູ່ ທີ່ຕິດພັນກັບບັນດາໂຄງການພັດທະນາຕ່າງໆ. ທີມງານຂອງພວກເຮົາ ມີຄວາມຊຳນານ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຂອບເຂດກົດລະບຽບ ແລະ ຂັ້ນຕອນການດຳເນີນງານລະດັບຊາດ ທີ່ຄຸ້ມຄອງວຽກງານການປົກປ້ອງທາງດ້ານສັງຄົມ ແລະ ສິ່ງແວດລ້ອມ.
ພວກເຮົາຍັງໃຫ້ການບໍລິການດ້ານວິຊາການ ສຳລັບການສຶກສາການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA), ລວມທັງການລົງສຳຫຼວດພາກສະໜາມ, ການເກັບກຳຂໍ້ມູນ ແລະ ການປະເມີນດ້ານເຕັກນິກວິຊາການ ທີ່ຈຳເປັນສຳລັບການອະນຸມັດໂຄງການ. ການບໍລິການຂອງພວກເຮົາ ຮັບປະກັນໃຫ້ມີຄວາມສອດຄ່ອງກັບທັງລະບຽບການຂອງ ສປປ ລາວ ແລະ ມາດຕະຖານສາກົນທີ່ກ່ຽວຂ້ອງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ.
ດ້ວຍຄວາມຊ່ຽວຊານໃນທ້ອງຖິ່ນ ແລະ ຂີດຄວາມສາມາດດ້ານເຕັກນິກທີ່ເຂັ້ມແຂງ, ບໍລິສັດ ພອນສະຫວັນ ພັດທະນາ ຈໍາກັດຜູ້ດຽວ ພ້ອມທີ່ຈະສະໜັບສະໜູນລູກຄ້າໃນການຄຸ້ມຄອງວຽກງານດ້ານສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງຊ່ວຍຊຸກຍູ້ໃຫ້ການພັດທະນາໂຄງການເປັນໄປຢ່າງມີຄວາມຮັບຜິດຊອບ ແລະ ມີຄວາມຍືນຍົງ.
