top of page
ໂຄງການເຂື່ອນໄຟຟ້ານ້ຳຂອງ ໄຊຍະບູລີ
ວິສະວະກຳພະລັງງານ, ເພີ່ມພະລັງແກ່ຊີວິດ
ໂຄງການເຂື່ອນໄຟຟ້ານ້ຳຂອງ ໄຊຍະບູລີ ແມ່ນໜຶ່ງໃນໂຄງການພັດທະນາພະລັງງານທີ່ສຳຄັນຂອງລາວ. ມັນສະແດງໃຫ້ເຫັນເຖິງຄວາມສາມາດຂອງ PVD ໃນການຈັດຕັ້ງປະຕິບັດວຽກຈັດສັນ-ຍົກຍ້າຍ, ການຟື້ນຟູຊີວິດການເປັນຢູ່ ແລະ ການກໍ່ສ້າງໂຄງລ່າງພື້ນຖານຂະໜາດໃຫຍ່ ຄຽງຄູ່ກັບເຕັກໂນໂລຊີໄຟຟ້ານ້ຳພະລັງນໍ້າ ທີ່ທັນສະໄໝ.
ຕັ້ງຢູ່ຫ່າງຈາກນະຄອນຫຼວງພະບາງໄປທາງທິດໃຕ້ປະມານ 80 ກິໂລແມັດ, ເຂື່ອນໄຊຍະບູລີ ແມ່ນໂຮງໄຟຟ້າພະລັງນ້ຳ ແບບຝາຍນ້ຳລົ້ນ (Run-of-river) ທີ່ມີກຳລັງການຕິດຕັ້ງ 1,285 ເມກາວັດ, ດ້ວຍລະບົບຕ່າງໆ ເຊັ່ນ: ທາງປາຜ່ານ, ປະຕູນ້ຳໃຫ້ເຮືອຜ່ານ, ແລະ ສາຍສົ່ງໄຟຟ້າທີ່ທັນສະໄໝ, ເຂື່ອນໄຊຍະບູລີໄດ້ສະແດງໃຫ້ເຫັນເຖິງວິທີການເຊື່ອມໂຍງປັດໄຈດ້ານສິ່ງແວດລ້ອມ ແລະ ສັງຄົມເຂົ້າໃນການອອກແບບ.ບົດບາດຂອງ PVD ແມ່ນກວມເອົາຫຼາຍກວ່າການອອກແບບທາງດ້ານວິສະວະກຳ, ເຊິ່ງລວມມີການຈັດສັນ-ຍົກຍ້າຍ 626 ຄົວເຮືອນ ໃນ 14 ບ້ານ. ໂຄງການນີ້ຍັງລວມມີການກໍ່ສ້າງເຮືອນໃໝ່, ໂຮງຮຽນ, ວັດ, ສຸກສາລາບ້ານ ແລະ ຫໍປະຊຸມບ້ານ ເພື່ອຮັບປະກັນວ່າຄອບຄົວທີ່ຍົກຍ້າຍມາຈະສາມາດ ມີຊີວິດການເປັນຢູ່ທີ່ດີຂື້ນກ່ວາເກົ່າ.


_JPG.jpg)

ສະຖິຕິຂອງໂຄງການ
ຈຳນວນຄອບຄົວທີ່ໄດ້ຮັບການຈັດສັນຍົກຍ້າຍ
626 ຄອບຄົວ (2,977 ຄົນ)
ການກໍ່ສ້າງພື້ນຖານໂຄງລ່າງ
10 ບ້ານຈັດສັນໃໝ່ ພ້ອມສິ່ງອຳນວຍຄວ າມ
ສະດວກສາທາລະນາຕ່າງໆ
bottom of page
