top of page

ໂຄງການເຂື່ອນໄຟຟ້ານໍ້າຂອງ ຫຼວງພະບາງ

ສ້າງສາອະນາຄົດ, ສືບສານຮີດຄອງປະເພນີ

PVD ກໍາລັງດໍາເນີນ ໂຄງການກໍ່ສ້າງບ້ານຈັດສັນ, ຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ ແບບຄົບວົງຈອນ ໃນປະຈຸບັນ

ຕັ້ງຢູ່ຫ່າງຈາກນະຄອນຫຼວງພະບາງ ໄປທາງເໜືອ ປະມານ 25 ກິໂລແມັດ, ເປັນເຂື່ອນປະເພດແບບຝາຍນໍ້າລົ້ນ (run-of-river)

ມີກຳລັງການຕິດຕັ້ງທັງໝົດ 1,460 ເມກາວັດ (MW) ຄາດວ່າຈະສຳເລັດໃນປີ 2029 ແລະ ເລີ່ມດຳເນີນຂາຍໄຟໃນປີ 2030.

PVD ຮັບຜິດຊອບໃນວຽກຈັດສັນ-ຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ ມີ 1,593 ຄົວເຮືອນ ໃນ 20 ບ້ານ. ການກໍ່ສ້າງພື້ນຖານໂຄງລ່າງ ລວມມີ ການກໍ່ສ້າງເສັ້ນທາງເຂົ້າຫາແຕ່ລະບ້ານຈັດສັນ ຫຼາຍກ່ວາ 146 ກິໂລແມັດ ແລະ ຂົວອີກຫຼາຍແຫ່ງ. ການພັດທະນາຊຸມຊົນ, ສາທາລະນະສຸກ, ການສຶກສາ, ຄວາມສະເໝີພາບທາງເພດ ແລະ ການຟື້ນຟູຊີວິດການເປັນຢູ່ ເພື່ອຮັບປະກັນໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບ ກ້າວໄປສູ່ອະນາຄົດທີ່ຍືນຍົງ.

LPHPP Dam F.jpg
DJI_20260318093837_0620_D01.jpg
DJI_20260316094840_0583_D-01.jpg
DJI_20260211164728_0429_D.JPG

ສະຖິຕິຂອງໂຄງການ

ຈຳນວນຄອບຄົວທີ່ໄດ້ຮັບການຈັດສັນຍົກຍ້າຍ

1,593 ຄົວເຮືອນ (7,151 ຄົນ)

ຈຳນວນບ້ານທີ່ໄດ້ຮັບການຈັດສັນຍົກຍ້າຍ

20 ບ້ານ

bottom of page