top of page

ວຽກຟື້ນຟູຊີວິດການເປັນຢູ່

ຟື້ນຟູບົດບາດໃນສັງຄົມ, ສ້າງໂອກາດໃຫ້ແກ່ຊຸມຊົນ

ຈັດຝຶກອົບຮົມວິຊາຊີບຕ່າງໆ ແລະ ຊ່ວຍເຫຼືອໃນການຟື້ນຟູຊີວິດການເປັນຢູ່ໃຫ້ແຕ່ລະຄອບຄົວ, ມີນະໂຍບາຍພີເສດໃນການຊ່ວຍເຫຼືອ ກຸ່ມທີ່ມີຄວາມສ່ຽງ/ກຸ່ມບອບບາງ ເພື່ອໃຫ້ມີລາຍຮັບທີ່ຍືນຍົງ.

LRP1.png

PVD ມີຄວາມມຸ່ງໝັ້ນທີ່ຈະຟື້ນຟູ ແລະ ປັບປຸງຊີວິດການເປັນຢູ່ຂອງຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ. ແຜນງານຂອງພວກເຮົາໄດ້ຈັດການຝຶກອົບຮົມວິຊາຊີບ ໃນດ້ານກະສິກຳ, ການຄ້າ ແລະ ການບໍລິການ, ເພື່ອຊ່ວຍໃຫ້ແຕ່ລະຄອບຄົວມີລາຍຮັບທີ່ໝັ້ນຄົງ. ຊ່ວຍເຫຼືອເປັນພິເສດແກ່ກຸ່ມທີ່ມີຄວາມສ່ຽງ/ກຸ່ມບອບບາງ ເພື່ອຮັບປະກັນໃຫ້ແຕ່ລະຄອບຄົວມີອາຊີບທີ່ໜັ້ນຄົງ. ຊ່ວຍຊີ້ນໍາທາງດ້ານທັກສະ, ສະໜອງປັດໃຈການຜະລິດ, ແລະ ໂອກາດໃຫ້ແກ່ຊຸມຊົນ, ເພື່ອຊ່ວຍຍົກລະດັບລາຍຮັບຂອງຄົວເຮືອນ ໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາລະດັບຊາດ ແລະ ກ້າວໄປສູ່ຄວາມວັດທະນາຖາວອນ.

ການສູນເສຍອາຊີບ

ຜູ້ທີ່ສູນເສຍອາຊີບຈະໄດ້ຮັບການຝືກອົບຮົມວິຊາຊີບທີ່ເໝາະສົມ ດັ່ງນີ້:

ການບໍລິການ

ຜູ້ທີ່ສູນເສຍອາຊີບອັນເນື່ອງມາຈາກໂຄງການພັດທະນາ ຈະໄດ້ຮັບການຝຶກອົບຮົມວິຊາຊີບທີ່ເໝາະສົມ ແລະ ການຊ່ວຍເຫຼືອດ້ານເຕັກນິກຈາກພະນັກງານທີ່ມີຄວາມຊຳນານ ເຊັ່ນ: ການປັກແຊວ, ການຕ່ຳແຜ່ນ, ການສ້ອມແປງ, ການຄ້າຂາຍຍ່ອຍ, ການເສີມສວຍ, ການປຸງແຕ່ງອາຫານ, ຫັດຖະກຳ ແລະ ອຸດສາຫະກຳ ໃນຄົວເຮືອນ (ການຜະລິດເຫຼົ້າ, ຕີເຫຼັກ, ການຜະລິດເຄື່ອງຈັກສານຈາກໄມ້ໄຜ່),  ແລະ ອື່ນໆ, ພ້ອມທັງການສະໜັບສະໜູນປັດໄຈການຜະລິດ.

ດ້ານກະສິກຳ

ຜູ້ທີ່ສູນເສຍອາຊີບອັນເນື່ອງມາຈາກໂຄງການພັດທະນາ ຈະໄດ້ຮັບການຝຶກອົບຮົມວິຊາຊີບທີ່ເໝາະສົມ ພ້ອມກັບການສະໜັບສະໜູນດ້ານເຕັກນິກ ເຊັ່ນ: ວຽກງານປູກຝັງ (ປູກເຫັດ, ໄມ້ໃຫ້ໝາກ ແລະ ໄມ້ອຸດສາຫະກຳ, ການປູກພືດເນີນສູງ ແລະ ພືດລົ້ມລຸກ), ວຽກງານລ້ຽງສັດ (ກົບ, ປາ, ໝູ, ເປັດ-ໄກ່, ແບ້ ແລະ ອື່ນໆ) ໂດຍຈະມີການສະໜອງປັດໄຈການຜະລິດໃຫ້.

ມີການຈັດຝຶກອົບຮົມທັກສະຕ່າງໆໃຫ້ແກ່ຊາວບ້ານ ໂດຍມີເປົ້າໝາຍເພື່ອເຮັດໃຫ້ລາຍຮັບປະຈຳປີຂອງແຕ່ລະຄອບຄົວ ສອດຄ່ອງກັບ  ນະໂຍບາຍຂອງລັດຖະບານລາວ. ຊາວບ້ານສາມາດເລືອກຮັບການຝຶກອົບຮົມວິຊາຊີບ ເຊັ່ນ: ການເຮັດກະສິກຳ, ການເສີມສວຍ, ການສ້ອມແປງລົດໃຫຍ່ ແລະ ລົດຈັກ ແລະ ອື່ນໆ. ການຝຶກອົບຮົມນີ້ຊ່ວຍໃຫ້ຊາວບ້ານສາມາດບໍລິການຊຸມຊົນຂອງເຂົາເຈົ້າ ແລະ ສ້າງອະນາຄົດທີ່ຍືນຍົງໃຫ້ກັບຄອບຄົວ.

ທ່ານສົນໃຈ ບໍລິການເຮົາບໍ?

ຕິດຕໍ່ຫາພວກເຮົາໃນມື້ນີ້ ເພື່ອປຶກສາຫາລືກ່ຽວກັບໂຄງການຂອງທ່ານ

bottom of page