top of page
ວຽກຈັດສັນຍົກຍ້າຍ ແລະ ການທົດແທນຄ່າເສຍຫາຍ
ການຍົກຍ້າຍທີ່ຍຸດຕິທຳ, ເລີ່ມຕົ້ນຊີວິດໃໝ່ທີ່ສົດໃສ
ຮັບປະກັນການທົດແທນຄ່າເສຍຫາຍທີ່ຍຸດຕິທຳ ແລະ ການຈັດສັນຍົກຍ້າຍທີ່ເປັນລະບົບ ພ້ອມດ້ວຍການປຸກສ້າງເຮືອນຫຼັງໃໝ່ທົດແທນ, ຈັດສັນດິນທຳການຜະລິດ ແລະ ການເຂົ້າເຖິງການບໍລິການທີ່ຈຳເປັນ.

ຄວາມຍຸດຕິທຳ ແລະ ກຽດສັກສີ ແມ່ນແນວທາງໃນການຈັດຕັ້ງປະຕິບັດວຽກງານການທົດແທນຄ່າເສຍຫາຍ ແລະ ການຍົກຍ້າຍຈັດສັນຂອງພວກເຮົາ. PVD ຮັບປະກັນວ່າທຸກຄອບຄົວທີ່ໄດ້ຮັບຜົນກະທົບ ຈະໄດ້ຮັບການທົດແທນທີ່ເໝາະສົມ ແລະ ໄດ້ຍົກຍ້າຍໄປຍັງສະຖານທີ່ທີ່ປອດໄພ ແລະ ມີສິ່ງອຳນວຍຄວາມສະດວກທີ່ຄົບຖ້ວນ. ທຸກຄອບຄົວທີ່ຖືກຍົກຍ້າຍຈະໄດ້ຮັບເຮືອນຫຼັງໃໝ່ ເພື່ອທົດແທນເຮືອນເກົ່າ ພ້ອມຈັດສັນດິນທຳການຜະລິດໃຫ້, ແລະ ສາມາດເຂົ້າເຖິງການບໍລິການທີ່ຈຳເປັນ. ຂະບວນການຍົກຍ້າຍແມ່ນໄດ້ຮັບການຄຸ້ມຄອງຢ່າງລະອຽດ ເພື່ອຫຼຸດຜ່ອນຜົນກະທົບ ແລະ ເພີ່ມໂອກາດໃຫ້ສູງສຸດ, ໂດຍມີກົນໄກການແກ້ໄຂຄຳຮ້ອງທຸກເພື່ອຮອງຮັບຂໍ້ກັງວົນຕ່າງໆ. ພັນທະສັນຍາຂອງພວກເຮົາແມ່ນເພື່ອສ້າງສາຊີວິດໃໝ່ ໄປພ້ອມໆກັບການໃຫ້ກຽດຕໍ່ສິດທິ ແລະ ຮີດຄອງປະເພນີຂອງຊຸມຊົນ.
ຂໍ້ມູນສະຖິຕິບາງສ່ວນ ຈາກບັນດາໂຄງການທີ່ຜ່ານມາຂອງພວກເຮົາ
ໂຄງການເຂື່ອນໄຟຟ້ານ້ຳງື່ມ 2
ຍົກຍ້າຍแล้ว 1,053 ຄອບຄົວ
ໂຄງການເຂື່ອນໄຟຟ້ານໍ້າຂອງ ໄຊຍະບູລີ
ຍົກຍ້າຍແລ້ວ 626 ຄອບຄົວ
ໂຄງການເຂື່ອນໄຟຟ້ານໍ້າຂອງ ຫຼວງພະບາງ
ແຜນການຍົກຍ້າຍ 1,593 ຄອບຄົວ
ຍອດລວມທັງໝົດ
50 ບ້ານ, 3,273 ຄອບຄົວ, 16,120 ຄົນ
bottom of page
