top of page

ວຽກກໍ່ສ້າງອາຄານ ແລະ ສິ່ງອຳນວຍຄວາມສະດວກ ສາທາລະນະ

ພື້ນທີ່ທີ່ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ

ການສ້າງໂຮງຮຽນ, ວັດວາອາຮາມ, ສຸກສາລາ, ແລະ ຫໍປະຊຸມບ້ານ ເພື່ອຍົກລະດັບຊີວິດການເປັນຢູ່ທາງດ້ານສັງຄົມ ແລະ ສົ່ງເສີ່ມວັດທະນະທຳ.

Dam construction
Dam Phornsavarn Development Sole Company Limited

ສິ່ງອຳນວຍຄວາມສະດວກສາທາລະນະແມ່ນຫົວໃຈສຳຄັນຂອງຄວາມຢູ່ດີກິນດີໃນຊຸມຊົນ. PVD ດຳເນີນການກໍ່ສ້າງໂຮງຮຽນ, ວັດວາອາຮາມ, ຫໍປະຊຸມ ແລະ ສຸກສາລາ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ຊີວິດທາງດ້ານສັງຄົມ ແລະ ວັດທະນະທຳ. ແຕ່ລະອາຄານແມ່ນໄດ້ຮັບການອອກແບບໃຫ້ໄດ້ມາດຕະຖານສາກົນ ພ້ອມທັງໃຫ້ຄວາມເຄົາລົບຕໍ່ຮີດຄອງປະເພນີຂອງທ້ອງຖິ່ນ. ຕັ້ງແຕ່ຫ້ອງຮຽນທີ່ເສີມສ້າງຄວາມຮູ້ໃຫ້ແກ່ຄົນລຸ້ນໃໝ່ ໄປຈົນເຖິງສຸກສາລາທີ່ມີແພດໝໍຄອຍເບິ່ງແຍງ, ສິ່ງອຳນວຍຄວາມສະດວກຂອງພວກເຮົາໄດ້ມອບການບໍລິການທີ່ຈຳເປັນ ເພື່ອຍົກລະດັບຄຸນນະພາບຊີວິດໃຫ້ແກ່ຄອບຄົວທີ່ໄດ້ຮັບການຈັດສັນໃໝ່.

ຂໍ້​ມູນ​ສະ​ຖິ​ຕິ​ບາງ​ສ່ວນ ຈາກ​ບັນ​ດາ​ໂຄງ​ການ​ທີ່​ຜ່ານ​ມາ​ຂອງ​ພວກ​ເຮົາ

ໂຄງການເຂື່ອນໄຟຟ້າ ນ້ຳງື່ມ 2

ຕິດຕາມກວດກາຄຸນນະພາບນ້ຳ
(2006 - 2037)

 

ໂຄງການເຂື່ອນໄຟຟ້ານໍ້າຂອງ ໄຊຍະບູລີ

ບ້ານຈັດສັນໃໝ່ 10 ແຫ່ງ ພ້ອມດ້ວຍສິ່ງອຳນວຍຄວາມສະດວກສາທາລະນະ

ໂຄງການເຂື່ອນໄຟຟ້ານໍ້າຂອງ ຫຼວງພະບາງ

ບ້ານຈັດສັນໃໝ່ 16 ແຫ່ງ ພ້ອມດ້ວຍສິ່ງອຳນວຍຄວາມສະດວກສາທາລະນະ

ທ່ານສົນໃຈ ບໍລິການເຮົາບໍ?

ຕິດຕໍ່ຫາພວກເຮົາໃນມື້ນີ້ ເພື່ອປຶກສາຫາລືກ່ຽວກັບໂຄງການຂອງທ່ານ

bottom of page