top of page
ວຽກກໍ່ສ້າງພື້ນຖານໂຄງລ່າງ
ຮາກຖານທີ່ໝັ້ນຄົງ ເພື່ອການເຊື່ອມໂຍງທີ່ຍືນຍົງ
ກໍ່ສ້າງເສັ້ນທາງເຂົ້າບ້ານຈັດສັນໃໝ່, ຂົວ, ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອເຊື່ອມຕໍ່ຊຸມຊົນ ແລະ ສະໜັບສະໜູນການເຕີບໂຕໃນໄລຍະຍາວ.


ພື້ນຖານໂຄງລ່າງທີ່ເຂັ້ມແຂງແມ່ນຈຸດສຳຄັນ ຂອງຄວາມສຳເລັດໃນວຽກຈັດສັນຍົກຍ້າຍ. PVD ມີຄວາມຊ່ຽວຊານໃນການກໍ່ສ້າງລະບົບທີ່ຈຳເປັນ ເຊັ່ນ: ເສັ້ນທາງ, ຂົວ, ລະບົບຊົນລະປະທານ, ແລະ ສາຍສົ່ງໄຟຟ້າ. ເພື່ອຊ່ວຍເຊື່ອມຕໍ່ຊຸມຊົນເຂົ້າຫາຕະຫຼາດ, ການບໍລິການ, ແລະ ໂອກາດຕ່າງໆ, ພ້ອມທັງຮັບປະກັນຄຸນນະພາບໃນການໃຊ້ງານໃນໄລຍະຍາວ.ດ້ວຍການປະສົມປະສານຄວາມຊັດເຈນທາງດ້ານເຕັກນິກເຂົ້າກັບສະພາບຕົວຈິງຂອງທ້ອງຖິ່ນ, ພວກເຮົາໄດ້ມອບພື້ນຖານໂຄງລ່າງທີ່ຕອບສະໜອງທັງຄວາມຕ້ອງການຮີບດ່ວນ ແລະ ການເຕີບໂຕໃນອະນາຄົດ.
ຂໍ້ມູນສະຖິຕິບາງສ່ວນ ຈາກບັນດາໂຄງການທີ່ຜ່ານມາຂອງພວກເຮົາ
ໂຄງການເຂື່ອນໄຟຟ້ານໍ້າຂອງ ໄຊຍະບູລີ
- ກໍ່ສ້າງທາງເຂົ້າໃໝ່ຫາສະຖານທີ່ຈັດສັນ
33.6 ກິໂລແມັດ
- ປູຢາງທາງພາຍໃນໝູ່ບ້ານ 11.7 ກິໂລແມັດ
- ຂົວເບເລ 3 ແຫ່ງ
- ຂົວທາງຍ່າງຂ້າມ 4 ແຫ່ງ
- ຂົວອູ່ 1 ແຫ່ງ
ໂຄງການເຂື່ອນໄຟຟ້ານໍ້າຂອງ ຫຼວງພະບາງ
ກໍ່ສ້າງເສັ້ນທາງເຂົ້າຫາບ້ານຈັດສັນ 146.342 ກິໂລແມັດ
ການກໍ່ສ້າງຂົວເບຕົງ 11 ແຫ່ງ ແມ່ນກຳລັງຢູ່ໃນ ຂັ້ນຕອນການກໍ່ສ້າງ
ການກໍ່ສ້າງຂົວເບເລ 2 ແຫ່ງ ແມ່ນກຳລັງຢູ່ໃນ ຂັ້ນຕອນການກໍ່ສ້າງ
ການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ຜ່ານບ້ານ ແລະ ໃນໝູ່ບ້ານ ອີກຫຼາຍກິໂລແມັດ ແມ່ນກຳລັງ ຢູ່ໃນຂັ້ນຕອນການກໍ່ສ້າງ
bottom of page
