top of page
Sunlight Through Trees

ຄວາມຍືນຍົງ ແລະ ການປະຕິບັດຕາມລະບຽບການ

ມຸ່ງໝັ້ນສູ່ການພັດທະນາຢ່າງມີຈັນຍາບັນ, ມີປະສິດທິຜົນ ແລະ ຍືນຍົງ

PVD ມີຄວາມຮັບຜິດຊອບໃນການສ້າງເຮືອນໃໝ່ໃຫ້ກັບຄອບຄົວທີ່ຖືກຍົກຍ້າຍຈັດສັນ. ເຮືອນມີຫຼາຍຮູບແບບເພື່ອຕອບສະໜອງຄວາມຕ້ອງການຂອງແຕ່ລະຄອບຄົວທີ່ແຕກຕ່າງກັນ. ເຮືອນທຸກຫຼັງແມ່ນມີໄຟຟ້າ, ນ້ຳປະປາ, ສວນຄົວ ແລະ ຈັດສັນດິນການນຜະລິດໃຫ້. ສິ່ງນີ້ຊ່ວຍຮັບປະກັນວ່າແຕ່ລະຄອບຄົວສາມາດຫັນປ່ຽນໄປສູ່ຊີວິດໃໝ່ທີ່ມີຄຸນຄ່າ ແລະ ຍືນຍົງ. ພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງປູຢາງ, ລະບົບຊົນລະປະທານ ແລະ ສາຍສົ່ງໄຟຟ້າ ຍັງຊ່ວຍໃຫ້ຊີວິດການເປັນຢູ່ຂອງຊາວບ້ານທີ່ຖືກຍົກຍ້າຍຈັດສັນມີຄວາມສະດວກສະບາຍຂຶ້ນ. ນອກຈາກນີ້, ຍັງມີການສ້າງໂຮງຮຽນປະຖົມ ແລະ ມັດທະຍົມໃຫ້ແກ່ຊຸມຊົນ ເພື່ອໃຫ້ເດັກນ້ອຍທຸກຄົນໃນຊຸມຊົນສາມາດເຂົ້າເຖິງການສຶກສາໄດ້.

​

ການຄຸ້ມຄອງດ້ານສາທາລະນະສຸກ

1. ເຜີຍແພ່ຂໍ້ມູນກ່ຽວກັບພະຍາດໄຂ້ຍຸງ, ພະຍາດຕິດຕໍ່ທາງເພດສຳພັນ, HIV/AIDS, ວັນນະໂລກ, ການວາງແຜນຄອບຄົວ, ສຸຂະອະນາໄມ

   ດ້ານອາຫານ, ຫຼັກການສຸຂະອະນາໄມ.

2. ກວດສຸຂະພາບຂັ້ນພື້ນຖານ ແລະ ການປິ່ນປົວທົ່ວໄປ (ກວດເລືອດ, ກວດອາຈົມ)

    

ພື້ນຖານດ້ານຈັນຍາບັນ

ຂະບວນການຂອງພວກເຮົາແມ່ນຂັບເຄື່ອນດ້ວຍພັນທະໜ້າທີ່ ເພື່ອຮັບປະກັນວ່າ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ (PAPs) ທຸກຄົນ ຈະມີຄຸນນະພາບຊີວິດທີ່ໄດ້ຮັບການຟື້ນຟູ ຫຼື ປັບປຸງໃຫ້ດີຂຶ້ນ.

ຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ

ພວກເຮົາຈັດຕັ້ງປະຕິບັດແຜນງານການຄຸ້ມຄອງສິ່ງແວດລ້ອມທີ່ຮອບດ້ານ ເພື່ອຫຼຸດຜ່ອນຜົນກະທົບ, ສົ່ງເສີມຄວາມສົມດຸນຂອງລະບົບນິເວດ ແລະ ຮັບປະກັນການພັດທະນາທີ່ຍືນຍົງ.

ຄວາມຮັບຜິດຊອບຕໍ່ສັງຄົມ

ແຜນຟື້ນຟູຊີວິດການເປັນຢູ່ ແລະ ແຜນຊ່ວຍເຫຼືອກຸ່ມທີ່ມີຄວາມສ່ຽງ/ກຸ່ມບອບບາງ ຂອງພວກເຮົາ ແມ່ນຮັບປະກັນວ່າທຸກຄອບຄົວຈະຮັບການຟື້ນຟູຊີວິດການເປັນຢູ່, ໂດຍມີການຄ້ຳປະກັນການຊ່ວຍເຫຼືອ 3-5 ປີ ຫຼັງການຍົກຍ້າຍຈັດສັນ.

ມາດຕະຖານສາກົນ

ພວກເຮົາຍຶດໝັ້ນໃນມາດຕະຖານສາກົນທີ່ເຂັ້ມງວດ ເພື່ອຮັບປະກັນຄວາມຮັບຜິດຊອບ ແລະ ການປະຕິບັດຕາມລະບຽບການ:

ມາດຕະຖານການດຳເນີນງານຂອງ ອົງການການເງິນສາກົນ

ນະໂຍບາຍການປ້ອງກັນ (Safeguard Policies) ຂອງທະນາຄານໂລກ

ນະໂຍບາຍປ້ອງກັນ ຂອງທະນາຄານພັດທະນາອາຊີ

​

ບົດຮຽນທີ່ດີທີ່ສຸດໃນລະດັບສາກົນ ສຳລັບການຍົກຍ້າຍຈັດສັນ

ການປະຕິບັດຕາມລະບຽບການພາຍໃນປະເທດ

ພວກເຮົາປະຕິບັດຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ ຢ່າງເຂັ້ມງວດ:

ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແຫ່ງ ສປປ ລາວ

ນະໂຍບາຍແຫ່ງຊາດ ວ່າດ້ວຍການຍົກຍ້າຍຈັດສັນ​

​

ກົດໝາຍວ່າດ້ວຍທີ່ດິນ ແລະ ລັດຖະດຳລັດ ວ່າດ້ວຍການທົດແທນຄ່າເສຍຫາຍ

ກົດໝາຍ, ລະບຽບ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງທັງໝົດ ຕັ້ງແຕ່ລະດັບສູນກາງຫາທ້ອງຖິ່ນ

ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ

ພວກເຮົາຮັບປະກັນການສື່ສານທີ່ເປີດກວ້າງ ແລະ ມີກົນໄກຄວາມຮັບຜິດຊອບທີ່ຊັດເຈນ ຕະຫຼອດການດຳເນີນທຸກໂຄງການຂອງພວກເຮົາ

ກົນໄກການແກ້ໄຂຂໍ້ຮ້ອງທຸກ

ພວກເຮົາຈັດຕັ້ງປະຕິບັດຂະບວນການທີ່ໂປ່ງໃສ ໃນການລາຍງານ, ການຕິດຕາມ, ແລະ ການແກ້ໄຂຂໍ້ຮ້ອງທຸກຂອງຊຸມຊົນ ເພື່ອຮັບປະກັນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ.

​ຂະບວນການຍື່ນຄຳຮ້ອງທຸກທີ່ຊັດເຈນ: ຂັ້ນຕອນການແຈ້ງຂໍ້ຂັດຂ້ອງທີ່ເຂົ້າໃຈງ່າຍ.

ລະບົບຕິດຕາມ (ບັນທຶກຂໍ້ຮ້ອງທຸກຂອງຊຸມຊົນ): ພ້ອມທັງມີການກຳນົດກອບເວລາໃນການແກ້ໄຂທີ່ແນ່ນອນ.

ການສື່ສານຜົນການແກ້ໄຂທີ່ໂປ່ງໃສ: ແຈ້ງຜົນການດຳເນີນງານຢ່າງເປີດເຜີຍ.

ການໂຄສະນາສ້າງຈິດສຳນຶກໃຫ້ຊຸມຊົນ: ເພື່ອໃຫ້ປະຊາຊົນຮັບຮູ້ເຖິງສິດ ແລະ ຊ່ອງທາງການຮ້ອງທຸກ.

ການຕິດຕາມກວດກາ ແລະ ການກວດສອບ

ພວກເຮົາປະຕິບັດການຕິດຕາມກວດກາທັງພາຍໃນ ແລະ ໜ່ວຍງານເອກກະລາດ ຢ່າງຕໍ່ເນື່ອງ ຕະຫຼອດໄລຍະການຈັດຕັ້ງປະຕິບັດໂຄງການ, ເຊິ່ງຈະສິ້ນສຸດດ້ວຍການກວດສອບຄັ້ງສຸດທ້າຍ ສຳລັບຜູ້ໃຫ້ທຶນ ແລະ ຜູ້ມີສ່ວນຮ່ວມ.

ການທົບທວນຄວາມຄືບໜ້າພາຍໃນຢ່າງເປັນປົກກະຕິ: ກວດສອບວຽກງານພາຍໃນທີມ.

ການຕິດຕາມກວດກາ ຈາກໜ່ວຍງານເອກກະລາດ: ໂດຍອົງກອນພາຍນອກທີ່ມີຄວາມເປັນກາງ.

ການລາຍງານການປະຕິບັດຕາມເງື່ອນໄຂຂອງຜູ້ໃຫ້ທຶນ: ເພື່ອຮັບປະກັນຄວາມຖືກຕ້ອງຕາມຂໍ້ກຳນົດ.

ການຢັ້ງຢືນການກວດສອບໂຄງການຂັ້ນສຸດທ້າຍ: ເພື່ອຢືນຢັນຄວາມສຳເລັດທີ່ສົມບູນຂອງໂຄງການ.

ຜົນສໍາເລັດ ທີ່ຍືນຍົງ

ຜ່ານແຜນງານຟື້ນຟູຊີວິດການເປັນຢູ່ ແລະ ແຜນງານຊ່ວຍເຫຼືອຫຼັງການຍົກຍ້າຍຈັດສັນ (ໂດຍທົ່ວໄປແມ່ນ 3-5 ປີ), ພວກເຮົາຄ້ຳປະກັນຄວາມໝັ້ນຄົງ ແລະ ຄວາມສຳເລັດໃນໄລຍະຍາວ ໃຫ້ແກ່ຊຸມຊົນທີ່ຖືກຍົກຍ້າຍຈັດສັນ. ເປົ້າໝາຍຂອງພວກເຮົາແມ່ນເພື່ອຮັບປະກັນວ່າ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການທັງໝົດ ຈະມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ."

3-5

ໄລຍະຟື້ນຟູຊີວິດການເປັນຢູ່
(ຫຼັງການຍົກຍ້າຍ)

100%

ສໍາເລັດການທົດແທນຄ່າເສຍຫາຍ
(ຢ່າງເຕັມສ່ວນ)

24/7

ການຕິດຕາມກວດກາ
(ຢ່າງຕໍ່ເນື່ອງ)

bottom of page