top of page
ວຽກຄຸ້ມຄອງ ແລະ ຕິດຕາມດ້ານສິ່ງແວດລ້ອມ
ປົກປັກຮັກສາທຳມະຊາດ,ໂດຍຜ່ານການຕິດຕາມກວດກາຄຸນນະພາບນ້ຳ
ປົກປັກຮັກສາຊີວະນາໆພັນ, ລະບົບນິເວດ ແລະ ການປຸກຈິດສຳນຶກ ເພື່ອການພັດທະນາແບບຍືນຍົງ



ການເປັນເຈົ້າການໃນການຮັກສາສິ່ງແວດລ້ອມ ແມ່ນຄວາມຮັບຜິດຊອບຫຼັກຂອງ PVD. ພວກເຮົາຈັດຕັ້ງປະຕິບັດແຜນງານການຄຸ້ມຄອງສິ່ງແວດລ້ອມ (EMP) ທີ່ຮອບດ້ານ ເຊິ່ງລວມມີການຕິດຕາມກວດກາຄຸນນະພາບນ້ຳ, ການປົກປັກຮັກສາຊີວະນາໆພັນ, ແລະ ການໂຄສະນາສ້າງຈິດສຳນຶກໃຫ້ແກ່ສາທາລະນະຊົນ. ທີມງານຂອງພວກເຮົາໄດ້ລົງຕິດຕາມຄຸນນະພາບນ້ຳຢ່າງເປັນປົກກະຕິຢູ່ເຂດເໜືອເຂື່ອນ ແລະ ທ້າຍເຂື່ອນ, ເພື່ອຮັບປະກັນການປະຕິບັດຕາມສັນຍາສຳປະທານ ແລະ ປົກປັກຮັກສາລະບົບນິເວດ. ດ້ວຍການນຳເອົາການຮັກສາສິ່ງແວດລ້ອມເຂົ້າໃນທຸກໆໂຄງການ, ພວກເຮົາຈຶ່ງສາມາດສ້າງຄວາມສົມດຸນລະຫວ່າງການພັດທະນາ ແລະ ຄວາມຍືນຍົງ.
ຕົວເລກສະຖິຕິບາງສ່ວນຈາກໂຄງການທີ່ຜ່ານມາ
ໂຄງການເຂື່ອນໄຟຟ້າ ນ້ຳງື່ມ 2
ສຳເລັດການເຮັດອະນາໄມຊີວະມວນສານ
ຕິດຕາມກວດກາຄຸນນະພາບນ້ຳ
(2006–2037)
ໂຄງການເຂື່ອນໄຟຟ້ານ້ຳຂອງ ໄຊຍະບູລີ
ກຳລັງສືບຕໍ່ຕິດຕາມ ວຽກສັງຄົມ ແລະ ສິ່ງແວດລ້ອມ
ໃນໄລຍະດຳເນີນໂຄງການ
ການກໍ່ສ້າງບ້ານຈັດສັນໃຫມ່ ຢູ່ໂຄງການ
ເຂື່ອນໄຟຟ້ານ້ຳຂອງ ໄຊຍະບໍລີ ແລະ ຫຼວງພະບາງ
ວຽກຄຸ້ມຄອງດ້ານສາທາລະນະສຸກ
ວຽກຄຸ້ມຄອງ ແລະ ຈັດການສິ່ງເສດເຫຼືອ ໃນແຕ່ລະບ້ານຈັດສັນໃໝ່
ວຽກການປຸກຈິດສຳນຶກ ດ້ານການປົກປັກຮັກສາສິ່ງແວດລ້ອມ
ໂຄງການເຂື່ອນໄຟຟ້ານ້ຳຂອງ ຫຼວງພະບາງ
ກຳລັງສືບຕໍ່ຕິດຕາມ ວຽກສັງຄົມ ແລະ ສິ່ງແວດລ້ອມ
ໃນໄລຍະກໍ່ສ້າງໂຄງການ
bottom of page
