
ກ່ຽວກັບ PVD
ມີປະສົບການມາຫຼາຍກວ່າ 20+ ປີ ໃນການຈັດຕັ້ງປະຕິບັດວຽກຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່
ຜົນງານທີ່ສຳເລັດໃນຜ່ານມາ
ເຮົາມີທີມງານຊ່ຽວຊານ ທີ່ເປັນມືອາຊີບ ໃນແຕ່ລະຂະແໜງການທີ່ມີຄວາມມຸ່ງໝັ້ນ ເພື່ອພັດທະນາ, ປະດິດສ້າງ ແລະ ຄວາມເປັນເລີດໃນທຸກໆໂຄງການທີ່ພວກເຮົາຈັດຕັ້ງປະຕິບັດ.
20+
ປະສົບການ 20+ ປີ
ທີ່ໄດ້ຮັບການຍອມຮັບໃນດ້ານຄວາມສາມາດ ໃນການດໍາເນີນ 2 ໂຄງການໃຫຍ່ ໃນການກໍ່ສ້າງບ້ານຈັດສັນ, ພື້ນຖານໂຄງລ່າງ, ການຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ ທີ່ສຳຄັນໃນລາວ
50+
50 ໂຄງການที่ໄດ້ຮັບຜົນກະທົບ ຈາກ 3 ໂຄງການ
ການປັບປຸງພື້ນຖານໂຄງລ່າງ, ທີ່ພັກອາໄສ ແລະ ສິ່ງອຳນວຍຄວາມສະດວກຂອງຊຸມຊົນ
3+
ທັງໝົດ 3+ ໂຄງການໃຫຍ່
ບັນດາໂຄງການຈັດສັນຍົກຍ້າຍຈາກເຂື່ອນໄຟຟ້ານໍ້າຂອງ ທີ່ໄດ້ສຳເລັດລົງຢ່າງຈົບງາມ ແລະ ກຳລັງຈັດຕັ້ງປະຕິບັດຢູ່, ລວມມີ: ເຂື່ອນນໍ້າງື່ມ2, ເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ແລະ ເຂື່ອນໄຟຟ້ານໍ້າຂອງຫຼວງພະບາງ
3,272 +
3,272+ ຄອບຄົວ
ທີ່ໄດ້ຮັບນະໂຍບາຍການຈັດສັນຍົກຍ້າຍ, ການຟື້ນຟູຊີວິດການເປັນຢູ່ ແລະ ການພັດທະນາຊຸມຊົນ ຈາກໂຄງການ ຂອງພວກເຮົາ
ການຮັບປະກັນໃຫ້ຊຸມຊົນທີ່ໄດ້ຮັບຜົນກະທົບ ໃຫ້ໄດ້ຮັບຜົນປະໂຫຍດຈາກໂຄງການພັດທະນາ ເພື່ອຊ່ວຍສ້າງຄວາມເຊື່ອໝັ້ນ ແລະ ການສະໜັບສະໜູນ:
• ໃຫ້ຄວາມສໍາຄັນ ໃນຂະບວນການວາງແຜນແຕ່ເບື້ອງຕົ້ນ ໂດຍມີສ່ວນຮ່ວມຂອງຊຸມຊົນ/ປະຊາຊົນ
ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ.
• ຊັບສີນທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາ ແມ່ນຈະຖືກເກັບກໍາຂໍ້ມູນ-ຂື້ນທະບຽນຢ່າງ
ລະອຽດ ແລະ ໄດ້ຮັບການທົດແທນຄ່າເສຍຫາຍທີ່ເປັນທຳ ຕາມຂໍ້ກໍານົດ ແລະ ລະບຽບການທີ່
ໄດ້ວາງອອກ.
• ການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່.
• ການຈັດຝຶກອົບຮົມ, ການສ້າງໂອກາດໃນການເຮັດວຽກໃໝ່ ແລະ ການສະໜັບສະໜູນທຸລະກິດ
ທ້ອງຖິ່ນ.
• ການສະໜັບສະໜູນການພັດທະນາແບບຍືນຍົງ.
ບໍລິສັດ ພອນສະຫວັນ ພັດທະນາ ຈຳກັດຜູ້ດຽວ (PVD) ແມ່ນຜູ້ໃຫ້ບໍລິການສະເພາະດ້ານ ໃນວຽກຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ ແບບຄົບວົງຈອນ, ໂດຍດໍາເນີນງານພາຍໃຕ້ຮູບແບບເຮັດສັນຍາຮັບເໝົາ (LSTK) ກັບໂຄງການພັດທະນາ ເຂື່ອນໄຟຟ້ານໍ້າຂອງຂະໜາດໃຫຍ່. ໂດຍມີປະສົບການຫຼາຍກວ່າ 20 ປີ, ລວມທັງຜົນສຳເລັດໃນໂຄງການ NN2 (1,053 ຄອບຄົວ), XHPP (626 ຄອບຄົວ) ແລະ ກຳລັງດຳເນີນງານຢູ່ ໂຄງການເຂື່ອນໄຟຟ້ານໍ້າຂອງ ຫຼວງພະບາງ LPHPP (1,593 ຄອບຄົວ). PVD ມຸ່ງເນັ້ນການສະໜອງວິທີການແກ້ໄຂແບບຮອບດ້ານ ເຊິ່ງກວມເອົາການກໍ່ສ້າງເຮືອນທີ່ມີຄຸນນະພາບ, ພື້ນຖານໂຄງລ່າງສາທາລະນະທີ່ຈຳເປັນ, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຊຸມຊົນ ແລະ ມີແຜນຟື້ນຟູຊີວິດການເປັນຢູ່ແບບຍືນຍົງ ໂດຍເນັ້ນໃສ່ຄອບຄົວທີ່ທຸກຍາກ ແລະ ກຸ່ມທີ່ຊ່ວຍໂຕເອງບໍ່ໄດ້. ພວກເຮົາປະຕິບັດຕາມມາດຕະຖານສາກົນຢ່າງເຂັ້ມງວດ (ເຊັ່ນ: IFC, ມາດຕະຖານການດຳເນີນງານຂອງທະນາຄານໂລກ) ແລະ ນະໂຍບາຍທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອຮັບປະກັນການຈັດສົ່ງໂຄງການທີ່ມີຈັນຍາບັນ ແລະ ມີປະສິດທິຜົນ.

2008
ສ້າງຕັ້ງບໍລິສັດ:
- ສ້າງຄວາມເຂັ້ມແຂງ ແລະ ພັດທະນາບໍລິສັດ ດ້ວຍວິໄສທັດທີ່ຈະກາຍເປັນບໍລິສັດຊັ້ນນຳ ໃນການ ດໍາເນີນໂຄງການ
- ຈັດສັນ-ຍົກຍ້າຍ ແລະ ຟື້ນຟູຊີວິກຫານເປັນຢູ່ ໃນ ສປປ ລາວ.
2010
ໂຄງການໃຫຍ່ຄັ້ງທຳອິດ
- ເລີ່ມຕົ້ນໂຄງການຈັດສັນ-ຍົກຍ້າຍ ແລະຟື້ນຟູຊີວິກຫານເປັນຢູ່ເຂື່ອນໄຟຟ້ານໍ້າຂອງ ຄັ້ງທຳອິດ, ພ້ອມທັງສ້າງຮູບແບບການດຳເນີນງານຮັບເໝົາແບບຄົບວົງຈອນ (LSTK)
2015
ຂະຫຍາຍການດຳເນີນງານ
ຂະຫຍາຍທີມງານ ແລະ ຄວາມອາດສາມາດ ເພື່ອຮອງຮັບຫຼາຍໂຄງການຂະໜາດໃຫຍ່ໃນເວລາດຽວກັນ.
2018
ຈັດສັນ ຍົກຍ້າຍ 30 ບ້ານ
- ບັນລຸຜົນສຳເລັດໃນການຈັດສັນ ຍົກຍ້າຍ ຫຼາຍກວ່າ 30 ບ້ານ ພ້ອມທັງປັບປຸງລະດັບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນກ່ວາເກົ່າ.
2023
ປະຈຸບັນ
- ສຳເລັດການຈັດຕັ້ງປະຕິບັດວຽກຄຸ້ມຄອງສິ່ງແວດລ້ອມ, ວຽກຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ ໂຄງການເຂື່ອນໄຟຟ້ານ້ຳງືມ 2 ປະຈຸບັນແມ່ນຍັງສືບຕໍ່ຕິດຕາມກວດກາຄຸນນະພາບນ້ຳຢູ່ໜ້າເຂື່ອນ.
- ສຳເລັດການຈັດຕັ້ງປະຕິບັດວຽກຄຸ້ມຄອງສິ່ງແວດລ້ອມ, ວຽກຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ ໂຄງການເຂື່ອນໄຟຟ້ານ້ຳຂອງໄຊຍະບູລີໃນໄລຍະກໍ່ສ້າງ ປະຈຸບັນແມ່ນຍັງສືບຕໍ່ຕິດຕາມ ວຽກຟື້ນຟູຊີວິດການເປັນຢູ່ ໃນໄລຍະດຳເນີນໂຄງການ.
- ກຳລັງດຳເນີນການກໍ່ສ້າງບ້ານຈັດສັນໃໝ່ ຈຳນວນ 16 ບ້ານ, ສຳເລັດໄປແລ້ວ 3 ບ້ານ ຂອງໂຄງການເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ ແລະ ກຳລັງຈັດຕັ້ງປະຕິບັດວຽກ ພັດທະນາສັງຄົມໃນ 3 ບ້ານ ໃນໄລຍະການກໍ່ສ້າງໂຄງການ.

